ຂໍ້ມູນລາຍລະອຽດກ່ຽວກັບ ບໍລິສັດ ລ້ານຊ້າງປະກັນໄພມະຫາຊົນ (LAP)


1. ໄລຍະເລີ່ມຕົ້ນ ແລະ ການດໍາເນີນງານ (ປີ 2010–2025)

ບໍລິສັດ ລ້ານຊ້າງປະກັນໄພມະຫາຊົນ “Lanexang Assurance Public Company (LAP)” ໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ຕຸລາ 2010 ໂດຍການຮ່ວມທຶນລະຫວ່າງ ທະນາຄານພັດທະນາລາວ (LDB) ແລະ ບໍລິສັດ ຮຸ້ນສ່ວນ ປະກັນໄພ ໄປສະນີ (PTI). LAP ໄດ້ຮັບອະນຸຍາດດໍາເນີນທຸລະກິດປະກັນໄພຮູບແບບ “ປະກັນໄພທົ່ວໄປ”ຜະລິດຕະພັນປະກັນໄພທີ່ LAP ຈຳໜ່າຍສາມາດຕອບສະໜອງການຄຸ້ມກັນຄວາມສ່ຽງແກ່ຜູ້ເອົາປະກັນປະເພດບຸກຄົນທົ່ວໄປ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງ ແລະ ໂຄງການລົງທຶນຂະໜາດຕ່າງໆ.

2. ການປ່ຽນແປງການຖືຄອງຮຸ້ນ (ປີ 2025–ປັດຈຸບັນ)

ບໍລິສັດ ອາວີ ອິນເວດສເມັ້ນ ຈຳກັດ (ARVY) ໄດ້ຊື້ຮຸ້ນຂອງບໍລິສັດ ລ້ານຊ້າງປະກັນໄພ (100%)

  • ວັນທີ 20 ມີນາ 2025, ໄດ້ຈັດພິທີເຊັນສັນຍາ ການ ຊື້-ຂາຍ ຮຸ້ນຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ລະຫວ່າງ ທະນາຄານພັດທະນາລາວ (LDB) ແລະ ບໍລິສັດ ຮຸ້ນສ່ວນ ປະກັນໄພ ໄປສະນີ (PTI) ກັບ ບໍລິສັດ ອາວີ ອິນເວດສເມັ້ນ ຈຳກັດ (ARVY).
  • ໃນວັນທີ 15 ສິງຫາ 2025, ໄດ້ມອບ – ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານ (ຊຸດເກົ່າ) LDB ແລະ PTI ແລະ ຄະນະບໍລິຫານງານ (ຊຸດໃໝ່) ARVY ໃນການບໍລິຫານ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ.

3. ວິໄສທັດ

ເປັນຜູ້ນໍາດ້ານການປະກັນໄພ ທີ່ໄດ້ຮັບຄວາມເຊື້ອໝັ້ນສູງໃນສັງຄົມລາວ, ສະໜອງຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການລູກຄ້າທຸກປະເພດ ດ້ວຍບໍລິການທີ່ທັນສະໄໝ, ມີຄວາມເຂັ້ມແຂງດ້ານການເງິນ ສາມາດຮັບປະກັນຄວາມສ່ຽງຫຼາຍລະດັບ, ຄຽງຄູ່ສັງຄົມລາວ ກ້າວສູ່ການຈົດທະບຽນໃນຕະຫຼາດຫຼັກຊັບ”