ລ້ານຊ້າງປະກັນໄພ ໄດ້ລົງນາມເຊັນສັນຍາກັບທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ

ໃນວັນທີ 10 ພຶດສະພາ 2019 ທີ່ຜ່ານມານີ້ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ຈັບມືລົງນາມເຊັນສັນຍາ ກັບ ທະນາຄານ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ ເພື່ອພັດທະນາການບໍລິການ ຂາຍປະກັນໄພ ຜ່ານທາງທະນາຄານຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຫງວ໋ຽນ ຫິວ ຮ໋ຽບ ຜູ້ອຳນວຍການໃຫຍ່ທະນາຄານ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ, ທ່ານ ໂດ໋ ດັງ ຄາງ ຜູ້ອຳນວຍການບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ, ພ້ອມດ້ວຍບັນດາຄະນະ ແລະ ພະນັກງານທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມເປັນສັກຄີພິຍານ.
ເຊິ່ງຄູ່ຮ່ວມທຸລະກິດທັງສອງໄດ້ເຫັນໂອກາດທາງທຸລະກິດຂອງການປະກັນໄພທີ່ນັບມື້ນັບມີການຂະຫຍາຍຕົວຕາມສະພາບເສດຖະກິດແລະ

ເຫັນຄວາມສຳຄັນໃນເລື່ອງການປະກັນໄພຂອງບັນດາຜູ້ຊົມໃຊ້ ທີ່ນັບມື້ນັບເພີ່ມຂຶ້ນບໍ່ວ່າຈະເປັນ ອົງກອນຕ່າງໆ, ນັກທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນທົ່ວໄປ.


ດັ່ງນັ້ນ ທັງສອງຄູ່ຮ່ວມຈຶ່ງໄດ້ເຊັນສັນຍາຮ່ວມມືທາງທຸລະກິດ ໂດຍທາງ ທະນາຄານ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ ຈະເປັນຜູ້ນຳສະເຫນີຂາຍປະກັນໄພຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໃຫ້ແກ່ລູກຄ້າຂອງທະນາຄານໃນສຳນັກງານໃຫຍ່, ສາຂາ ແລະບໍລິການຕ່າງໆທົ່ວປະເທດ.


ນອກນັ້ນທັງສອງຝ່າຍຍັງມີແຜນພັດທະນາດ້ານຜະລິດຕະພັນປະກັນໄພເພື່ອຕອບສະຫນອງຄວາມສະດວກສະບາຍໃຫ້ແກ່ລູກຄ້າຂອງທະນາຄານ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດແລະ ບໍລິສັດ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ອີກດ້ວຍ.

   

  

Similar Posts

BUY INSURANCE