ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ມອບທຶນການສຶກສາ ມູນຄ່າ 20,000,000 ກີບ ແລະ ມອບປະກັນໄພນັກສຶກສາ ມູນຄ່າ 10.000.000 ກິບ/ຄົນ/ປີ ໃຫ້ກັບນັກສຶກສາຂອງສະຖາບັນການທະນາຄານ

ພວກເຮົາໄປເຮັດວຽກໃນແຕ່ລະວັນນອກຈາກເປົ້າໝາຍແມ່ນເງິນເດືອນເພື່ອເອົາໄປລ້ຽງຄອບຄົວແລ້ວ ຮູບພາບຂ້າງລຸ່ມນີ້ຄືແຮງພັກດັນໃຫ້ພວກເຮົານອນຕື່ນເຊົ້າ, ເລີກວຽກຊ້າ ແລະ ຊຸ່ມກຳລັງແຮງເຂົ້າໃນການເຮັດວຽກ, ລ້ານຊ້າງປະກັນໄພ ພະຍາຍາມດຳເນີນທຸລະກິດໃຫ້ດີທີ່ສຸດໃນທຸກມື້, ທຸກເວລາ,ທຸກນາທີ ເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມລາວ, ສົ່ງເສີມຄົນລຸ້ນໃໝ່ຂອງລາວ ແລະ ນຳເອົາຄວາມສຸກມາສູ່ອ້າຍເອື້ອຍນ້ອງພະນັກງານ ລ້ານຊ້າງປະກັນໄພທຸກຄົນ, ຂໍຂອບໃຈບັນດາລູກຄ້າ ແລະ ຄູ່ຮ່ວມທຸລະກິດທຸກໆທ່ານທີ່ໃຫ້ຄວາມໄວ້ວາງໃຈ ແລະ ຮ່ວມມືກັບພວກເຮົາໃນການປະຕີບັດພາລະກີດ

ໃນວັນທີ່່ 27/11/2019 ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ມອບທຶນການສຶກສາ ມູນຄ່າ 20,000,000 ກີບ ແລະ ມອບປະກັນໄພນັກສຶກສາ ມູນຄ່າ 10.000.000 ກິບ/ຄົນ/ປີ ແລະ ອຸປະກອນຊຸດກິລາໃນການແຂ່ງຂັນ ເຕັ້ນເຊຍ ຈໍານວນ 21 ທ່ານ ໃຫ້ກັບນັກສຶກສາຂອງສະຖາບັນການທະນາຄານ

ຂໍອວຍພອນໄຊໃຫ້ພວກນ້ອງນັກສຶກສາທຸກໆຄົນຈົ່ງປະສົບຜົນສຳເລັດໃນການສຶກສາ, ເພື່ອເປັນເສົາຄ້ຳໃຫ້ແກ່ປະເທດລາວ

ພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງລ້ານຊ້າງປະກັນໄພ

Similar Posts

BUY INSURANCE