Incident Insurrance

LAP ການປະກັນໄພອຸບັດຕິເຫດສ່ວນບຸກຄົນ

ເງື່ອນໄຂຜູ້ສະໝັກ/ຜູ້ເອົາປະກັນໄພ

  • ສັນຊາດ: ຄົນລາວ ຫຼື ຄົນຕ່າງປະເທດ ທີ່ອາໄສ/ຢູ່ ໃນ ສປປ ລາວ.
  • ອາຍຸ: 18 ປີ ຫາ 75 ປີ.
  • ສຸຂະພາບ: ຕ້ອງມີປະຫວັດສຸຂະພາບດີ.
  • ເງື່ອນໄຂພິເສດກ່ອນການສະໝັກ: ຜູ້ສະໝັກ/ຜູ້ເອົາປະກັນໄພ ຕ້ອງບໍ່ມີ ບາດເຈັບ, ຄວາມພິການ, ພະຍາດຊ້ຳເຮື້ອ ຫຼື ພະຍາດແຕ່ກຳເນີດກ່ອນການສະໝັກ.

ຄຳນິຍາມສັບ

  • ຜູ້ເອົາປະກັນໄພ (Insured): ໝາຍເຖິງບຸກຄົນທີ່ມີຊື່ລະບຸເປັນຜູ້ເອົາປະກັນໄພໃນຕາຕະລາງກົມມະທັນ.
  • ຄ່າຊົດເຊີຍ (Indemnity):
    • ການເສຍຊີວິດ: ຈະຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ຮັບຜົນປະໂຫຍດທີ່ໄດ້ກຳນົດໄວ້ ຫຼື ທາຍາດ ຫຼື ຄູ່ສົມລົດທີ່ມີສິດ, ໂດຍບໍ່ມີການແບ່ງຈ່າຍກັບບໍລິສັດ.
    • ການຊົດເຊີຍປະເພດອື່ນໆ: ຈະຈ່າຍໃຫ້ແກ່ຜູ້ເອົາປະກັນໄພໂດຍກົງ.
  • ການພິການຖາວອນໂດຍສິ້ນເຊີງ (Total Permanent Disability): ໝາຍເຖິງຄວາມພິການໃນລະດັບທີ່ບໍ່ສາມາດປະຕິບັດໜ້າທີ່ຕາມປົກກະຕິໃນອາຊີບຂອງຜູ້ເອົາປະກັນໄພ ຫຼື ອາຊີບອື່ນໆໄດ້ໂດຍສິ້ນເຊີງ ແລະ ຖາວອນ.
  • ການສູນເສຍອະໄວຍະວະຖາວອນ (Permanent Dismemberment): ໝາຍເຖິງການສູນເສຍອະໄວຍະວະຂອງຮ່າງກາຍຕັ້ງແຕ່ຂໍ້ແຂນ, ຂໍ້ຕີນ, ລວມທັງການສູນເສຍຄວາມສາມາດໃນການນໍາໃຊ້ອະໄວຍະວະນັ້ນ, ເຊິ່ງອີງຕາມການບົ່ງຊີ້ທາງການແພດ, ຈະບໍ່ສາມາດໃຊ້ງານໄດ້ອີກໃນອະນາຄົດ.
  • ການສູນເສຍສາຍຕາ (Loss of sight): ໝາຍເຖິງການຕາບອດໂດຍສິ້ນເຊີງ ເຊິ່ງບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ຢ່າງຖາວອນ.

ການຄຸ້ມຄອງ

ການປະກັນໄພນີ້ຄຸ້ມຄອງຄວາມສູນເສຍ ຫຼື ການບາດເຈັບໃດໆຕໍ່ຜູ້ເອົາປະກັນໄພທີ່ເກີດຈາກການບາດເຈັບທາງຮ່າງກາຍ ເຊິ່ງເກີດຈາກ ອຸບັດຕິເຫດ ເປັນຜົນໃຫ້:

  • ການເສຍຊີວິດ, ການສູນເສຍອະໄວຍະວະ, ການສູນເສຍສາຍຕາ ຫຼື ການພິການຖາວອນ ພາຍໃນ 180 ວັນ ນັບຈາກວັນທີເກີດອຸບັດຕິເຫດ.
  • ການບາດເຈັບທີ່ເຮັດໃຫ້ຜູ້ເອົາປະກັນໄພໄດ້ຮັບການປິ່ນປົວຢ່າງຕໍ່ເນື່ອງໃນຖານະຄົນເຈັບໃນໂຮງໝໍ ແລະ ການເສຍຊີວິດເກີດຂຶ້ນພາຍຫຼັງຍ້ອນການບາດເຈັບດັ່ງກ່າວ.

ຜູ້ເອົາປະກັນໄພຈະໄດ້ຮັບຄ່າຊົດເຊີຍຕາມຈໍານວນເງິນເອົາປະກັນໄພທີ່ລະບຸໃນຕາຕະລາງກົມມະທັນ ດັ່ງນີ້:

  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການເສຍຊີວິດ.
  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການພິການຖາວອນ.
  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການສູນເສຍແຂນທັງສອງຂ້າງ ຫຼື ຂາທັງສອງຂ້າງ ຫຼື ສາຍຕາທັງສອງເບື້ອງ.
  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການສູນເສຍແຂນໜຶ່ງຂ້າງ ແລະ ຂາໜຶ່ງຂ້າງ.
  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການສູນເສຍແຂນໜຶ່ງຂ້າງ ແລະ ສາຍຕາໜຶ່ງເບື້ອງ.
  • 100% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການສູນເສຍຂາໜຶ່ງຂ້າງ ແລະ ສາຍຕາໜຶ່ງເບື້ອງ.
  • 60% ຂອງຈຳນວນເງິນເອົາປະກັນໄພ: ສໍາລັບການສູນເສຍແຂນໜຶ່ງຂ້າງ ຫຼື ການສູນເສຍຂາໜຶ່ງຂ້າງ ຫຼື ການສູນເສຍສາຍຕາໜຶ່ງເບື້ອງ.

ສິ່ງທີ່ບໍ່ຄຸ້ມຄອງ (Exclusions)

ການປະກັນໄພນີ້ ບໍ່ຄຸ້ມຄອງ ຄວາມສູນເສຍ ຫຼື ການບາດເຈັບໃດໆທີ່ເກີດຈາກ ຫຼື ເປັນຜົນມາຈາກສາເຫດດັ່ງຕໍ່ໄປນີ້:

1. ສາເຫດທີ່ກ່ຽວຂ້ອງກັບພຶດຕິກຳ ແລະ ພະຍາດ

  • ການກະທຳຂອງຜູ້ເອົາປະກັນໄພໃນຂະນະທີ່ຢູ່ພາຍໃຕ້ອິດທິພົນຂອງ:
    • ເຫຼົ້າ, ສານເສບຕິດ ຫຼື ຢາເສບຕິດ ຈົນເຖິງຂັ້ນບໍ່ສາມາດຄວບຄຸມສະຕິໄດ້. (ກໍລະນີກວດເລືອດ: ລະດັບແອລກໍຮໍໃນເລືອດ 120 ມິນລີກຣາມເປີເຊັນຂຶ້ນໄປ).
  • ການຂ້າຕົວຕາຍ ຫຼື ພະຍາຍາມຂ້າຕົວຕາຍ ຫຼື ການທຳຮ້າຍຕົນເອງ.
  • ການຕິດເຊື້ອ: ຍົກເວັ້ນການຕິດເຊື້ອເປັນໜອງ, ບາດທະຍັກ ຫຼື ພະຍາດໝາບ້າ ທີ່ເກີດຈາກບາດແຜ ຫຼື ຮອຍຕັດ ເຊິ່ງເປັນຜົນຂອງອຸບັດຕິເຫດ.
  • ອາຫານເປັນພິດ.
  • ການປິ່ນປົວທາງການແພດ ຫຼື ການຜ່າຕັດ: ຍົກເວັ້ນການປິ່ນປົວທີ່ຈຳເປັນສຳລັບການບາດເຈັບທີ່ຄຸ້ມຄອງພາຍໃຕ້ກົມມະທັນນີ້ ແລະ ເກີດຂຶ້ນພາຍໃນໄລຍະເວລາຂອງກົມມະທັນ.
  • ການແຍກລູກ ແລະ ການເອົາລູກອອກ (Miscarriage and abortion).
  • ການດູແລແຂ້ວ, ການປິ່ນປົວຮາກແຂ້ວ, ການໃສ່ແຂ້ວປອມໃໝ່ ຫຼື ທົດແທນ: ຍົກເວັ້ນການປິ່ນປົວປ້ອງກັນເບື້ອງຕົ້ນທີ່ຈຳເປັນຫຼັງຈາກອຸບັດຕິເຫດ.
  • ອາການເຈັບຫຼັງທີ່ເປັນຜົນມາຈາກ: ໝອນຮອງກະດູກເຄື່ອນ, ກະດູກສັນຫຼັງເຄື່ອນ, ຄວາມເສື່ອມ ຫຼື ພະຍາດກະດູກສັນຫຼັງ, ຍົກເວັ້ນໃນກໍລະນີທີ່ມີກະດູກສັນຫຼັງຫັກ ຫຼື ເຄື່ອນຍ້ອນອຸບັດຕິເຫດ.
  • ສົງຄາມ (ບໍ່ວ່າຈະປະກາດຫຼືບໍ່), ການຮຸກຮານ, ການກະທຳຂອງສັດຕູຕ່າງຊາດ, ສົງຄາມກາງເມືອງ, ການປະຕິວັດ, ການກໍ່ການກຳບົດ, ຄວາມບໍ່ສະຫງົບໃນບ້ານເມືອງ, ການລຸກຮືຂຶ້ນຕໍ່ຕ້ານລັດຖະບານ, ການກໍ່ຄວາມວຸ້ນວາຍ, ການປະທ້ວງ.
  • ອາວຸດນິວເຄຼຍ, ລັງສີ ຫຼື ການເຄື່ອນທີ່ຂອງລັງສີຈາກເຊື້ອເພີງນິວເຄຼຍ ຫຼື ສິ່ງເສດເຫຼືອຂອງນິວເຄຼຍທີ່ເກີດຈາກການເຜົາໄໝ້ເຊື້ອເພີງນິວເຄຼຍ ແລະ ຂະບວນການແບ່ງ/ຫຼອມຕົວຂອງນິວເຄຼຍທີ່ເກີດຂຶ້ນເອງ.

2. ຄວາມສູນເສຍ ຫຼື ການບາດເຈັບທີ່ເກີດຂຶ້ນໃນຂະນະທີ່

  • ລ່າສັດ, ແຂ່ງຂັນ: ລົດທຸກຊະນິດ, ເຮືອ, ແຂ່ງມ້າ, ຫຼິ້ນ ຫຼື ແຂ່ງສະກີ, ແຂ່ງສະເກັດ, ຕີມວຍ, ໂດດຈ້ອງ (ຍົກເວັ້ນເພື່ອຈຸດປະສົງຊ່ວຍຊີວິດ), ຂຶ້ນ ຫຼື ເດີນທາງດ້ວຍປູມເປົ້າລົມຮ້ອນ, ຫຼິ້ນ Gliding, Bungee Jumping, ປີນພູດ້ວຍອຸປະກອນ ຫຼື ດຳນ້ຳດ້ວຍຖັງອົກຊີ ແລະ ອຸປະກອນຫາຍໃຈໃຕ້ນໍ້າ.
  • ຂຶ້ນ ຫຼື ເດີນທາງໃນເຮືອບິນທີ່: ບໍ່ມີໃບອະນຸຍາດຂົນສົ່ງຜູ້ໂດຍສານ ຫຼື ບໍ່ໄດ້ດໍາເນີນການເປັນເຮືອບິນການຄ້າ.
  • ຜູ້ເອົາປະກັນໄພເປັນນັກບິນ ຫຼື ເຮັດວຽກເປັນລູກເຮືອໃນເຮືອບິນໃດໆ.
  • ຜູ້ເອົາປະກັນໄພເຂົ້າຮ່ວມການຕໍ່ສູ້ ຫຼື ເຂົ້າຮ່ວມໃນການຍຸຍົງໃຫ້ເກີດການຕໍ່ສູ້.
  • ຜູ້ເອົາປະກັນໄພກຳລັງກໍ່ອາດຊະຍາກຳ ຫຼື ໃນຂະນະທີ່ຖືກຈັບກຸມ, ຢູ່ພາຍໃຕ້ການຈັບກຸມ ຫຼື ຫຼົບໜີການຈັບກຸມ.
  • ຜູ້ເອົາປະກັນໄພຮັບໃຊ້ເປັນທະຫານ, ຕຳຫຼວດ ຫຼື ອາສາສະໝັກ ແລະ ເຂົ້າຮ່ວມໃນສົງຄາມ ຫຼື ການປາບປາມອາຊະຍາກຳ.