ຊ່ວຍເຫລືອຜູ້ປະສົບໄພນຳ້ຖ້ວມຢູ່ທີ່ເມືອງ ສະໜາມໄຊ, ແຂວງ ອັດຕະປື
ວັນທີ 27 ກໍລະກົດທີ່ຜ່ານມາ, ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ພ້ອມດ້ວຍພະນັກງານໄດ້ຮ່ວມຊ່ວຍເຫລືອຜູ້ປະສົບໄພນຳ້ຖ້ວມຢູ່ທີ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ໄດ້ມອບເງິນສົດ ຈຳນວນ 15.000.000 ກີບ ພ້ອມດ້ວຍເຄື່ອງນຸ່ງຫົ່ມຈຳນວນຫນຶ່ງ, ໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງເປັນກຽດຮັບເງິນ ດັ່ງກ່າວໂດຍ ແມ່ນ ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ບຸນຄົງ ຫລ້າສຸກັນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈເປັນຢ່າງສູງ ມາຍັງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ພ້ອມດ້ວຍພະນັກງານທຸກຄົນທີ່ມີນ້ຳໃຈຊ່ວຍເຫຼືອນໍາເອົາເງິນຈໍານວນດັ່ງ ກ່າວມາມອບໃຫ້ ໃນຄັ້ງນີ້. ຈາກນັ້ນທ່ານ ທ່ານຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ມອບໃບຍ້ອງຍໍໃຫ້ກັບ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນເພື່ອເປັນການສັນລະເສີນຜົນງານ -ຄຸນງາມຄວາມດີດັ່ງກ່າວຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
Similar Posts
-
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
-
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?