ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ຈັບມືລົງນາມເຊັນສັນຍາ ກັບ ທະນາຄານ ເອຊີລີດາ ລາວ ຈຳກັດ

         ໃນ​ວັນ​ທີ 06 ທັນວາ 2018 ທີ່​ຜ່ານມາ​ນີ້ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ​ໄດ້​ຈັບ​ມື​ລົງ​ນາມ​ເຊັນ​ສັນຍາ ​ກັບ ທະນາ​ຄານ ​ເອຊີ​ລີ​ດາ ລາວ ຈຳກັດ ​ເພື່ອ​ພັດທະນາ​ການ​ບໍລິການ ຂາຍ​ປະກັນ​ໄພ ​ຜ່ານ​ທາງ​ທະນາຄານຢ່າງ​ເປັນ​ທາງ​ການ, ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ດຣ. ຮາຍ ສະວາຍ ຜູ້ອຳນວຍການໃຫຍ່ທະນາ​ຄານ ​ເອຊີ​ລີ​ດາ ລາວ ຈຳກັດ, ທ່ານ ໂດ໋ ດັງ ຄາງ ຜູ້ອຳນວຍການບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ, ທ່ານ ສູນ​ທອນ ຈັນທະ​ວົງ ຫົວໜ້າສູນບໍລິການທະນາຄານພັດທະນາລາວ ພ້ອມ​ດ້ວຍ​ບັນດາຄະນະ ແລະ ພະນັກງານ​ທັງ​ສອງ​ຝ່າຍກໍ່​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິຍານ.

          ເຊິ່ງຄູ່​ຮ່ວມ​ທຸລະ​ກິດ​ທັງ​ສອງ​ໄດ້​ເຫັນ​ໂອກາດ​ທາງ​ທຸລະ​ກິດ​ຂອງ​ການ​ປະກັນ​ໄພ​ທີ່​ນັບ​ມື້ນັບ​ມີ​ການ​ຂະຫຍາຍຕົວ​ຕາມ​ສະພາບ​ເສ​ດຖະກິດ ​ແລະ ​ເຫັນ​ຄວາມ​ສຳຄັນ​ໃນ​ເລື່ອງ​ການ​ປະກັນ​ໄພ​ຂອງ​ບັນດາ​ຜູ້​ຊົ​ມ​ໃຊ້ ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ບໍ່​ວ່າ​ຈະ​ເປັນ ອົງ​ກອນ​ຕ່າງໆ, ນັກທຸລະ​ກິດ, ຊາວ​ຄ້າຂາຍ ​ແລະ ປະຊາຊົນ​ທົ່ວ​ໄປ.

          ດັ່ງ​ນັ້ນ ທັງ​ສອງ​ຄູ່​ຮ່ວມ​ຈຶ່ງ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ທາງ​ທຸລະ​ກິດ ​ໂດຍ​ທາງ​ ທະນາ​ຄານ ​ເອຊີ​ລີ​ດາ ລາວ ຈຳກັດ ຈະເປັນ​ຜູ້ນຳ​ສະ​ເຫ​ນີຂາຍ​ປະກັນ​ໄພຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໃຫ້ແກ່ລູກຄ້າຂອງທະນາຄານໃນສຳນັກງານໃຫຍ່, ສາຂາ ແລະ ປ່ອງບໍລິການຕ່າງໆທົ່ວປະເທດ.

          ນອກນັ້ນ ທັງສອງຝ່າຍຍັງມີແຜນພັດທະນາດ້ານຜະລິດຕະພັນປະກັນໄພ ເພື່ອຕອບສະຫນອງຄວາມສະດວກສະບາຍໃຫ້ແກ່ລູກຄ້າຂອງທະນາ​ຄານ ​ເອຊີ​ລີ​ດາ ລາວ ຈຳກັດ ແລະ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ອີກດ້ວຍ.
        

        

        

Similar Posts

BUY INSURANCE