4 ເຄັດລັບເບິ່ງແຍງສຸຂະພາບປະຈຳວັນສຳລັບໄວເຮັດວຽກ
4 ເຄັດລັບເບິ່ງແຍງສຸຂະພາບປະຈຳວັນສຳລັບໄວເຮັດວຽກ
1. ອອກກຳລັງກາຍຕອນເຊົ້າ
ການອອກກຳລັງກາຍຕອນເຊົ້ານອກຈາກຈະເຮັດໃຫ້ທ່ານສົດຊື່ນແລ້ວຍັງເຮັດໃຫ້ອະໄວຍະວະສ່ວນຕ່າງໆຂອງຮ່າງກາຍເຮັດວຽກໄດ້ດີຂື້ນຫຼັງຈາກການອອກກຳລັງກາຍ ຮ່າງກາຍຂອງເຮົາຈະຫຼັ່ງສານຮໍໂມນເພື່ອກະຕຸ້ນການເຮັດວຽກຂອງຮ່າງກາຍເຊິ່ງຈະເປັນການຄວບຄຸມລະດັບອັດຕາການເຕັ້ນຂອງຫົວໃຈຄວາມດັນ ແລະ ການໄຫຼວຽນຂອງເລືອດໃຫ້ເປັນປົກກະຕິ ຍິ່ງໄປກ່ວານັ້ນການອອກກຳລັງກາຍຈະເລັ່ງຂະບວນການເຜົາຜານພະລັງງານຢ່າງຕໍ່ເນື່ອງ ເຊິ່ງອາດຈະຍາວນານເຖິງ 24ຊົ່ວໂມງຫຼັງອອກກຳລັງກາຍແລ້ວ ນັ້ນໝາຍຄວາມວ່າເຈົ້າຈະສາມາດເຜົາຜານແຄລໍລີ່ໄດ້ຫຼາຍກ່ວາປົກກະຕິ, ຕະຫຼອດວັນພຽງແຕ່ທ່ານລຸກຕື່ນມາອອກກຳລັງກາຍໃນຕອນເຊົ້າ
2. ຮັບປະທານອາຫານເຊົ້າໂດຍເນັ້ນສານອາຫານປະເພດໂປຕີນ
ເພາະອາຫານເຊົ້າເປັນຄາບທີ່ສຳຄັນທີ່ສຸດຂອງມື້ ການເລືອກອາຫານເຊົ້າທີ່ອຸດົມໄປດ້ວຍໂປຕີນຈະເຮັດໃຫ້ເຈົ້າອີ່ມທ້ອງດົນກ່ວາສານອາຫານປະເພດອື່ນເຮັດໃຫ້ເຈົ້າຮັບປະທານອາຫານຄາບອື່ນໄດ້ໜ້ອຍລົງ ບໍ່ຫິວງ່າຍແລະບໍ່ເກີດພຶດຕິກຳກິນຈຸກຈິກ ເຊິ່ງໃນທ້າຍທີ່ສຸດຈະເຮັດໃຫ້ທ່ານໄດ້ຮັບແຄລໍລີ່ໂດຍລວມໜ້ອຍລົງໃນໜຶ່ງມື້ ສົ່ງຜົນການເຮັດໃຫ້ຄວາມສ່ຽງໃນການເປັນໂລກອ້ວນ ແລະ ໂລກອື່ນໆທີີມີສາເຫດມາຈາກການຕາມໃຈປາກຫຼຸດລົງ
3. ຟັງເພງລະຫວ່າງການເດີນທາງ
ການຟັງເພງຈັງຫວະຊ້າໆເຊັ່ນ: ເພງຄລາສຊິກ, ຈະຊ່ວຍເຮັດໃຫ້ສະໝອງຂອງທ່ານຜ່ອນຄາຍ ມີສະມາທິ ແລະ ອາລົມລົມແຈ່ມໃສ ໃນຂະນະທີ່ເພງຈະຫວະໄວ ຈະກະຕຸ້ນໃຫ້ສະໝອງຕື່ນຕົວແລະພ້ອມທີ່ຈະເຮັດວຽກ ຍິ່ງໄປກ່ວານັ້ນການຟັງເພງທີ່ເຮົາມັກຍັງຈະຊ່ວຍຫຼຸດຜ່ອນຄວາມຄຽດຈາກສິ່ງລົບກວນອ້ອມຂ້າງ
4. ເກັບອຸປະກອນສື່ສານໃຫ້ອອກຫ່າງຕົວເມື່ຶອຮອດເວລານອນ
ການວາງອຸປະກອນຈຳພວກສະມາສໂຟນ ຫຼື ແທັບເລັດໄວ້ໃກ້ຕົວຂອງທ່ານຈະລົບກວນເວລານອນຂອງທ່ານ, ທ່ານອາດຈະນອນຫຼັບຢາກຂື້ນ ຫຼື ນອນເດິກກ່ວາເລາລາທີ່ເຈົ້າຕັ້ງໃຈເອົາໄວ້
Similar Posts
-
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
-
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?