ພິທີສັນຍາຮ່ວມມືລະຫວ່າງ ບໍລິສັດລ້ານຊ້າງປະກັນໄພ ແລະ ບໍລິສັດ Bizgital & Loca ໃນຕອນບ່າຍຂອງວັນທີ 15 ຕຸລາ 2019

ຄວາມຊຳນານ, ຄວາມເປັນມືອາຊີບ, ມີຫົວຄິດປະດິດສ້າງ, ເປີດກ້ວາງ, ກະຕືລືລົ້ນ, ເຕັມໄປດ້ວຍພອນສະຫວັນ, ທຸກຄຳເວົ້າເຫຼົ່ານີ້ມີຢູ່ໃນທີມ Bizgital & Loca.

ພູມໃຈທີ່ໄດ້ເປັນຜູ້ນຳ ທາງດ້ານເຕັກໂນໂລຢີ, ດ້ວຍ “ຄວາມຄິດທີ່ຢາກຈະແບ່ງປັນ” ແລະ ວິໄສທັດ ກ່ຽວກັບອະນາຄົດ, Bizgital & Loca ເຮັດໃຫ້ຄົນໃກ້ຊິດກັນຫຼາຍຂື້ນບໍ່ພຽງແຕ່ເປັນການແກ້ໄຂບັນຫາເຕັກໂນໂລຢີດ້ານການຂົນສົ່ງທີ່ດີທີ່ສຸດ ແລະ ສາມາດເຂົ້າເຖິງໄດ້ທັງລູກຄ້າ ແລະ ຄູ່ຮ່ວມທຸລະກິດ, Bizgital & Loca ຍັງຕ້ອງການ ແລະເຊື່່ອໝັ້ນທີ່ຈະສາມາດປ່ຽນແປງທາງດ້ານເສດຖະກິດຂອງລາວກ້າວສູ່ການພັດທະນາທີ່ຍືນຍົງ, ມຸ່ງສູ່ຊຸມຊົນຜູ້ບໍລິໂພກໃຫ້ເປັນມິດກັບສິ່ງແວດລ້ອມຫຼາຍຂື້ນ.

ໃນຕອນບ່າຍຂອງວັນທີ 15 ຕຸລາ 2019, ທີ່ສຳນັກງານໃຫຍ່ຂອງ ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນໄດ້ຈັດ ພິທີສັນຍາຮ່ວມມືລະຫວ່າງ ບໍລິສັດລ້ານຊ້າງປະກັນໄພ ແລະ ບໍລິສັດ Bizgital & Loca ຂຶ້ນໂດຍໄດ້ຮັບຜົນສຳເລັດຢ່າງສວຍງາມ, ເປັນການເປີດໂອກາດໃຫ້ມີການຮ່ວມມືຢ່າງເຕັມທີ່. ມີທ່າແຮງ ສຳລັບທັງສອງຝ່າຍໂດຍອີງໃສ່ເຕັກໂນໂລຢີເພື່ອນຳເອົາຄຸນຄ່າການປະຕິບັດຕົວຈິງມາສູ່ຊຸມຊົນ.

ໂດຍເປັນກຽດເຂົ້າຮ່ວມຂອງ
- ທ່ານ. ສຸລິໂຍ ວົງດາລາ - Co-founder & Chief Technology Officer of Bizgital&Loca
- ທ່ານ. ມັງກອນເພັດ ໄຊຍະສານ - Co-founder & Chief Creative Officer of Bizgital&Loca
- ທ່ານ. ໂດ໋ ດັງ ຄາງ - CEO of Lanexang Assurance Public Company
- ທ່ານ. ມາຍ ແອັງ ເຢືອງ - Deputy CEO of Lanexang Assurance Public Company

Similar Posts

BUY INSURANCE