ປະກາດຮັບສະໝັກພະນັກງານ (ດ່ວນ)
|
|
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
- ຕຳແໜ່ງຮັບສະໝັກ:
- ຫົວຫນ້າຂະແໜງການເງິນ-ການບັນຊີ ປະຈຳຢູ່ສາຂາພາກໃຕ້ ຈຳນວນ 1 ຕຳແໜ່ງ (ເງິນເດືອນຂັ້ນຕໍ່າ $500)
- ສະຖານທີ່ເຮັດວຽກ: ສາຂາພາກໃຕ້, ຕັ້ງຢູ່ຖະໜົນ ສາລາຂຽວດົງຈອງ, ບ້ານ ໂພນສະຫັວນ, ນະຄອນປາກເຊ, ແຂວງ ຈຳປາສັກ
- ໜ້າວຽກປະຕິບັດ:
- ຮັບພິຊອບກ່ຽວກັບການເຄື່ອນໄຫວລວມດ້ານການເງິນ-ການບັນຊີຂອງສາຂາ
- ຮັບຜິດຊອບຊຳລະສະສາງບັນຊີທັງຫມົດທີ່ເກີດຂຶ້ນຢູ່ສາຂາ: ລາຍຮັບ, ລາຍຈ່າຍ, ຫນີ້ສິ້ນ, ເງິນເດືອນ ແລະ ອຶ່ນໆ.....
- ແຈ້ງ ແລະ ມອບອາກອນຕ່າງໆຕາມກົດລະບຽບ
- ເຮັດບົດດລາຍງາຍການເງິນ, ລາຍງານອາກອນຂອງສາຂາ
- ສ້າງບັນດາກົດລະບຽບ, ແບບຟອມທີ່ກ່ຽວຂ້ອງກັບບັນຊີ, ການເງິນ. ເປັນທີ່ປຶກສາໃຫ້ກັບອຳນວຍການສາຂາກ່ຽວກັບການດຳເນີນຄຸ້ມຄອງລະບົບບັນຊີການເງິນຂອງສາຂາ
- ສ້າງ ແລະຄຸ້ມຄອງແຜນການເງິນຂອງສາຂາ
- ກວດກາການເງິນ, ການເຄື່ອນໄຫວທຸລະກິດຂອງສາຂາ
- ເງື່ອນໄຂໃນການສະໝັກ
- ເປັນຄົນລາວ, ອາຍຸແຕ່ 25-40 ປີ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດນາມ ຫລື ອັງກິດຢ່າງຄ່ອງແຄ້ວ (ຟັງ, ອ່ານ, ເວົ້າ ແລະຂຽນ)
- ປະສົບການດ້ານການເງິນ-ການບັນຊີຢ່າງໜ້ອຍ 3 ປີ, ໃນນັ້ນປະສົບການເປັນຫົວຫນ້າການເງິນ-ການບັນຊີ 1 ປີຂື້ນໄປ ຫລື ຕໍາແໜ່ງໃກ້ຄຽງ
- ຈົບຊັ້ນສູງຂື້ນໄປໃນສາຂາ: ການເງິນ, ການບັນຊີ, ການທະນາຄານ
- ມີຄວາມເປັນຜູ້ນຳສູງ, ສາມາດຄຸ້ມຄອງວຽກງານໄດ້ດີ
- ມີຄວາມຊື່ສັດ ແລະມີຈັນຍາບັນຂອງພະນັກງານທີ່ດີ.
- ຊຳນານໃນການນຳໃຊ້ office: word, excel…
- ມີຄວາມວ່ອງໄວ, ມີແນວຄິດສ້າງສັນ
2. ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ ຈຳນວນ 1 ຕຳແໜ່ງ
- ສະຖານທີ່ເຮັດວຽກ: ສຳນັກງານໃຫຍ່ ຕັ້ງຢູ່ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ໜ້າວຽກປະຕິບັດ:
- ຮັບແຈ້ງເຫດຈາກລູກຄ້າ, ແນະນຳລູກຄ້າກ່ຽວກັບວິທີດຳເນີນເອກະສານແກ້ໄຂ;
- ອອກໄປແກ້ໄຂຄະດີຕົວຈິງ;
- ຄິດໄລ່ຈຳນວນເງິນສິນທົດແທນ;
- ສົມທົບກັບລູກຄ້າ, ໂຮງໝໍ, ກະລາສ້ອມແປງ... ສັງລວມເອກະສານເພື່ອປະກອບສຳນວນຄະດີໃຫ້ສຳເລັດ;
- ສ້າງເອກະສານ, ແປເອກະສານຕາມການແບ່ງວຽກງານ;
- ແລະວຽກງານອື່ນໆຕາມການມອບໝາຍ
- ເງື່ອນໄຂໃນການສະໝັກ
- ເພດຊາຍ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດນາມ ຫລື ອັງກິດຢ່າງຄ່ອງແຄ້ວ (ຟັງ, ອ່ານ, ເວົ້າ ແລະຂຽນ)
- ມີມະນຸດສຳພັນດີ, ມີທັກສະໃນການເຈລະຈາ
- ຊຳນານໃນການນຳໃຊ້ office: word, excel…
- ສາມາດເຮັດວຽກເພີ່ມໄດ້ ນອກຈາກໂມງວຽກ: ຖືສາຍ hotline ແລະອອກໄປແກ້ໄຂອຸປະຕິເຫດ 24/24;
- ມີຄວາມຊື່ສັດ ແລະ ມີຈັນຍາບັນທີ່ດີ.
II.ສິດຜົນປະໂຫຍດຈະໄດ້ຮັບ:
- ເງິນເດືອນ: ຕາມການເຈລະຈາຕົວຈິງ
- ມີເງິນອັດຕາກິນເຂົ້າທ່ຽງ
- ມີສະພາບແວດລ້ອມໃນການເຮັດວຽກທີ່ດີ, ມີຄວາມເປັນມືອາຊີບສູງ.
- ໂອກາດໃນການພັດທະນາຄວາມຮູ້ ແລະ ຄວາມສາມາດຕົນເອງ
- ໄດ້ຮັບສະຫວັດດີການ ເງີນອູດໜູນທຸກເທດສະການ ແລະ ເງີນອູດໜູນທ້າຍປີ.
- ໄດ້ເຮັດປະກັນໄພສຸຂະພາບ, ກວດສຸຂະພາບ ແລະ ໄດ້ໄປທ່ຽວປະຈຳປີ.
- ຈະໄດ້ຮັບການເຝິກອົບຕ່າງໆ.
- ມີວຽກງານທີ່ໜັ້ນຄົງ.
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ, ເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
- ວິທີໃນການສະໝັກ
- ສຳລັບຕຳແໜ່ງທີ່ 1
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:
- ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
- ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສາຂາພາກໃຕ້ ຕັ້ງຢູ່ ຖະໜົນ ສາລາຂຽວດົງຈອງ, ບ້ານ ໂພນສະຫັວນ, ນະຄອນປາກເຊ, ແຂວງ ຈຳປາສັກ, ເບີໂທຕິຕໍ່ 031 215056
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່:
- ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.
- ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສາຂາພາກໃຕ້
- ສຳລັບຕຳແໜ່ງທີ່ 2
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່: ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.
- ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ (ຕ້ອງມີ)
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈສອບຖາມເພີ່ມເຕີມທີ່ເບີ: 020 5227 7344 ທ່ານ ແສນ ໄຊຍະແສງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 01/12/2020 ຈົນເຖິງວັນທີ 15/12/2020
- ຮັບຟອມ ແລະ ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ປະກາດຮັບຫົວຫນ້າການຕະຫລາດອອນລາຍ
ເງິນເດືອນ: ເງິນເດືອນຂັ້ນຕໍ່າ $1000, ມີເງິນອັດຕາກິນເຂົ້າທ່ຽງ, ມີສະພາບແວດລ້ອມໃນການເຮັດວຽກທີ່ດີ, ມີຄວາມເປັນມືອາຊີບສູງ, ໂອກາດໃນການພັດທະນາຄວາມຮູ້ ແລະ ຄວາມສາມາດຕົນເອງ
-
ປະກາດຮັບສະໝັກພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ (ດ່ວນ)
ປະກາດຮັບສະໝັກພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ (ດ່ວນ)