ປະກາດຮັບສະໝັກພະນັກງານ (ດ່ວນ)
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ.
ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ.
ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
- ຕຳແໜ່ງຮັບສະໝັກ: ພະນັກງານພະແນກລູກຄ້າວິສາຫະກິດ (ຮັບຜິດຊອບລູກຄ້າ VIP) ຈໍານວນ 2 ຕຳແໜ່ງ
- ສະຖານທີ່ເຮັດວຽກ: ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່, ນະຄອນຫຼວງວຽງຈັນ
- ໜ້າທີ່ຕ້ອງປະຕິບັດ:
- ວາງແຜນການດຳເນີນທຸລະກິດປະຈຳປີ
- ຊອກຫາລູກຄ້າເພື່ອນຳສະເໜີຜະລິດຕະພັນຂອງບໍລິສັດ
- ສ້າງລາຍຮັບ ແລະ ພັດທະນາລາຍຮັບໃຫ້ພະແນກກໍຄືບໍລິສັດ
- ຄຸ້ມຄອງລູກຄ້າທີ່ຕົນເອງຊອກມາ ແລະ ລູກຄ້າບໍລິສັດມອບໃຫ້
- ສົ່ງເສີມໃຫ້ລູກຄ້າຊົມໃຊ້ຜະລິດຕະພັນຕາມປົກກະຕິິ
- ພົບປະ, ສ້າງສາຍພົວພັນກັບລູກຄ້າຕາມການຈັດສັນຂອງບໍລີສັດ
- ລົງລະບົບການຂາຍ, ລາຍງານການຂາຍປະຈຳວັນ, ຕັດເງິນໃນລະບົບ, ລາຍງານການຕໍ່ສັນຍາຂອງລູກຄ້າ, ສະຫຼຸບການຂາຍ
- ສ້າງໃບສະເໜີລາຄາ ແລະ ເຮັດສັນຍາໃຫ້ລູກຄ້າ
- ແລະວຽກງານອື່ນໆຕາມກນມອບໝາຍຂອງບໍລິສັດ
IV. ເງື່ອນໄຂໃນການສະໝັກ (ເພດຍິງ ອາຍຸບໍ່ເກີນ 35 ປີ)
- ລະດັບການສຶກສາ.
- ຈົບຊັ້ນສູງຂື້ນໄປຈາກ ມະຫາວິທະຍາໄລແຫ່ງຊາດ ຫຼື ສະຖາບັນການທະນາຄານ ຫຼື ສະຖາບັນອື່ນໆ...
- ລະດັບຄວາມສາມາດ.
- ສາມາດໄປວຽກຕ່າງແຂວງໄດ້
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້
- ສາມາດເຮັດວຽກນອກໂມງໄດ້
- ສາມາດນຳໃຊ້ອອຟຟິດ (word, excel, powerpoint) ໄດ້ດີ
- ບຸກຄະລິກສ່ວນຕົວ.
- ເປັນຄົນນິໃສເບິກບານມ່ວນຊື່ນ, ອາລົມດີ ແລະ ມີມະນຸດສຳພັນດີ
- ລະດັບລວງສູງຕ້ອງ 160 cm ຂື້ນໄປ
- ຮູບຮ່າງໜ້າຕາດີ ແລະ ສະຖານະໂສດ
- ຖ້າຮູ້ພາສາອັງກິດ ຫຼື ພາສາຈີນຈະພິຈາລະນາເປັນພິເສດ
V. ສິດຜົນປະໂຫຍດຈະໄດ້ຮັບ
- ເງິນເດືອນ: ຕາມການເຈລະຈາຕົວຈິງ
- ມີປະກັນສັງຄົມ, ປະກັນສຸຂະພາບ
- ອຸດໜູນກິນເຂົ້້າທ່ຽງ, ອຸດໜູນໄປວຽກຕ່າງແຂວງ
- ຂື້ນເງິນເດືອນຕາມຄວາມສຳເລັດຂອງທຸລະກິດ
- ກວດສຸຂະພາບຮອບດ້ານທຸກໆປີ ແລະ ໄດ້ໄປທ່ອງທ່ຽວຕາມແຜນຂອງບໍລິສັດ
- ໄດ້ເຂົ້າຮ່ວມບັນດາໂຄງການ, ການຝຶກອົບຮົມເພື່ອພັດທະນາໂຕເອງ
- ແລະອີກຫຼາຍໆນະໂຍບາຍອື່ນຈາກລ້ານຊ້າງເຊັນ: ລາງວັນທ້າຍປີ, ອຸດໜຸນບັນດາເທດສະການ, ວັນເກີດ, ເກີດລູກ, ເຈັບໄຂ້, ຊຸດເຄື່ອງແບບພະນັກງານ....
- ມີວຽກງານທີ່ໜັ້ນຄົງ.
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ, ເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
VI. ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່: ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.
VII. ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ (ຕ້ອງມີ)
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈສອບຖາມເພີ່ມເຕີມທີ່ເບີ: 020 5227 7344 ທ່ານ ແສນ ໄຊຍະແສງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 10/03/2021 ຈົນເຖິງວັນທີ 24/03/2021
- ຮັບຟອມ ແລະ ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ປະກາດຮັບສະໝັກພະນັກງານຫຼາຍຕຳແໜ່ງ (ດ່ວນ)
1. ຫົວໜ້າພະແນກມາເກັດຕິ້ງອອນລາຍ 2. ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ 3. ພະນັກງານການຕະຫຼາດ
-
ປະກາດຮັບສະໝັກພະນັກງານຜູ້ຊ່ວຍຜູ້ອຳນວຍກາານ
ຕຳແໜ່ງຮັບສະໝັກ: ພະນັກງານຜູ້ຊ່ວຍຜູ້ອຳນວຍກາານ.ຈໍານວນ 01 ຕຳແໜ່ງ ສະຖານທີ່ເຮັດວຽກ: ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່, ນະຄອນຫຼວງວຽງຈັນ