ປະກາດຮັບສະໝັກພະນັກງານ (ດ່ວນ)
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I. ຕຳແໜ່ງຮັບສະໝັກ
1. ຫົວໜ້າພະແນກຄຸ້ມຄອງວິຊາການ 01 ຕຳແໜ່ງ
ll. ສະຖານທີ່ເຮັດວຽກ
ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ, ນະຄອນຫຼວງວຽງຈັນ, ສປປ ລາວ
III. ໜ້າທີ່ຕ້ອງປະຕິບັດ
- ສ້າງແຜນວຽກຂອງພະແນກ
- ຮັບຜິດຊອບວຽກງານຝືກອົບຮົມ
- ຝືກອົບຮົມວິຊາການ
- ຝືກອົບຮົມການນຳໃຊ້ລະບົບໂປຣແກມ
- ຝືກອົບຮົມກ່ຽວກັບຜະລິດຕະພັນໃໝ່
- ຄຸ້ມຄອງ ແລະ ພັດທະນາຜະລິດຕະພັນ
- ພັດທະນາ, ປັບປຸງຜະລິດຕະພັນປະກັນໄພທີ່ມີໃນປັດຈຸບັນ
- ສ້າງ, ພັດທະນາຜະລິດຕະພັນປະກັນໄພໃໝ່
- ຄຸ້ມຄອງວຽກງານປະກັນໄພຕໍ່
- ສັງລວມປະກັນໄພຕໍ່ໄລຍະຍາວ/ໄລຍະສັ້ນ
- ຄຸ້ມຄອງ ແລະ ພັດທະນາຄູ່ຮ່ວມທຸລະກິດປະກັນໄພຕໍ່ ແລະ ນາຍໜ້າປະກັນໄພຕໍ່
- ວຽກງານກວດກາຄວາມສ່ຽງ
- ຄຸ້ມຄອງ, ກວດກາຄຸນນະພາບສິດຜົນປະໂຫຍດ ແລະ ຄ່າທຳນຽມຂອງສັນຍາປະກັນໄພ, ໃບສະເໜີລາຄາ.
- ຕີລາຄາຄວາມສ່ຽງ
- ຄຸ້ມມຄອງລາຍຮັບຂອງນາຍໜ້າປະກັນໄພຕົ້ນ
- ປະຕິບັດໜ້າວຽກອື່ນໆຕາມການມອບໝາຍຂອງການນຳບໍລິສັດ
IV. ເງື່ອນໄຂໃນການສະໝັກ
1. ລະດັບ: ຈົບປະລິນຍາຕີຂື້ນໄປ
2. ປະສົບການ
• ເພດຊາຍ, ອາຍຸບໍ່ເກີນ 40 ປີ
• ມີປະສົບການຢ່າງໜ້ອຍ 03 ປີຂື້ນໄປໃນຂົງເຂດວິຊາການປະກັນໄພ
3. ທັກສະ
• ມີມະນຸດສຳພັນ ແລະ ໄຫວພິກທີ່ດີ;
• ມີພາວະຜູ້ນຳທີ່ດີສະແດງອອກໃນການຈັດຕັ້ງປະຕິບັດ ແລະ ນຳພາພະນັກງານປະຕິບັດວຽກງານສຳເລັດ.
• ເຮັດວຽກເປັນທິມໄດ້ດີ
• ມີແນວຄິດບໍລິການ(ເອົາລູກຄ້າເປັນສູນກາງໃນການພັດທະນາທຸລະກິດ)
• ທັກສະຮຽນຮູ້ໄວຕໍ່ກັບສະພາບແວດລ້ອມໃໝ່ ແລະ ມີຄວາມອົດທົນຕໍ່ສະພາບຄວາມກົດດັນໄດ້ດີ
• ສາມາດສື່ສານພາສາອັງກິດໄດ້ດີ.
4. ລັກສະນະ; ເປັນຄົນອາລົມດີ, ຄິດບວກ ແລະລັກສະນະອື່ນໆລຸ່ມນີ້:
• ມີແນວຄິດປ່ຽນແປງໃໝ່
• ຮຽນຮູ້ບໍ່ຢຸດຢັ້ງ
• ມີຄວາມອົດທົນ
• ດຸໝັ່ນ
• ມີລະບຽບວິໃນ
5. ສັນຍາ
• ມີສັນຍາຕໍ່ກັບບໍ່ລິສັດຢ່າງໜ້ອຍ 05 ປີ
V. ສິດຜົນປະໂຫຍດຈະໄດ້ຮັບ
• ເງິນເດືອນສາມາດຕໍ່ລອງໄດ້
• ມີປະກັນສັງຄົມ, ປະກັນສຸຂະພາບຢູ່ຫວຽດນາມ (ສໍາລັບຄົນຫວຽດນາມ)
• ມີອຸດໜູນຄ່າເຊົ່າເຮືອນຢູ່, ມີພາຫານະໃຫ້ໄປວຽກຢູ່ລາວ (ສໍາລັບຄົນຫວຽດນາມ)
• ມີອຸດໜູນກິນເຂົ້າທ່ຽງ, ອຸດໜູນໄປວຽກຕ່າງແຂວງ, ອຸດໜູນຄ່າໂທລະສັບລາຍເດືອນ
• ເພີ່ມເງິນເດືອນຕາມຄວາມສຳເລັດຂອງທຸລະກິດ
• ອຸດໜູນຄ່າເດີນທາງກັບຫວຽດນາມຢາມຄອບຄົວ ແລະເວລາຄອບຄົວມາຢາມ (ສໍາລັບຄົນຫວຽດນາມ)
• ກວດສຸຂະພາບຮອບດ້ານທຸກໆປີ ແລະ ໄດ້ໄປທ່ອງທ່ຽວທຸກໆປີຕາມນະໂຍບາຍຂອງບໍລິສັດ.
• ໄດ້ເຂົ້າຮ່ວມການຝືກອົບຮົມເພືອພັດທະນາຕົ້ນເອງ
• ແລະນະໂນບາຍອຸດໜຸນອື່ນຂອງລ້ານຊ້າງ: ວັນບຸນປີໃໝ່, ວັນເກີດ, ເກີດລູກ, ເຈັບໄຂ້, ເຄື່ອງແບບ.........
+ ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
- ສາມາດສົ່ງຟອມສະໝັກມາທີ່ email: soudtha@lap.com.la sen@lap.com.la ຫຼື ເຂົ້າມາສົ່ງທີ່: ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.
+ ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ (ຕ້ອງມີ)
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈສອບຖາມເພີ່ມເຕີມທີ່ເບີ: 020 5227 7344 ທ່ານ ແສນ ໄຊຍະແສງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 21/06/2021 ຈົນເຖິງວັນທີ 03/07/2021
- ຮັບຟອມ ແລະ ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
ບໍລິສັດ ລ້ານຊ້າງປະກັນໄພ ມີປະກັນໄພລົດຫຼາກຫຼາຍປະເພດ
-
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?
ຝົນຕົກນ້ຳຖ້ວມ ລົດໄຟຟ້າຈະລຸຍນ້ຳໄດ້ບໍ?